Trường Đại học Hà Tĩnh - HaTinh University

Thông báo

ແນະນຳກ່ຽວກັບມະຫາວິທະຍາໄລຮ່າຕິ້ງ

ລາຍ​ງານ​ດ້ານ​ກົນ​ໄກ​ການຈັດ​ຕັ້ງ, ວຽກ​ງານ​ພັດທະນາ​ຊັບພະຍາກອນ​ມະນຸດ

​ແລະ ນະ​ໂຍບາຍ​ສຳລັບ​ຄູ​ອາຈານ

*****

          1. ດ້ານ​ກົນ​ໄກ​ການຈັດ​ຕັ້ງ

          - ຄະນະ​ອະທິການ​ບໍດີ: ອະທິການ​ບໍດີ 01 ທ່ານ ​ແລະ ຮອງອະທິການ​ບໍດີ 04 ທ່ານ.

          - ກົນ​ໄກ​ການຈັດ​ຕັ້ງ​ມະຫາຊົນ: ໜ່ວຍ​ພັກ, ກຳມະບານ, ຊາວ​ໜຸ່ມ, ສະມາຄົມ​ນັກຮົບ​ເກົ່າ.

          - ປັດຈຸບັນ​ມະຫາວິທະຍາ​ໄລ​ຮ່າ​ຕິ້ງ ປະກອບ​ມີ 09 ຫ້ອງ: ຫ້ອງ​ຈັດ​ຕັ້ງ​-ບໍລິຫານ, ຫ້ອງ​ກໍ່ສ້າງ, ຫ້ອງ​ແຜນ​ການ-ການ​ເງິນ, ຫ້ອງ​ຄຸ້ມ​ຄອງ​ບໍລິຫານ, ຫ້ອງ​ກວດກາ, ຫ້ອງ​ຄຸ້ມ​ຄອງ​ກໍ່ສ້າງ​ເໜືອ​ປະລິນຍາ​ຕີ, ຫ້ອງ​ກວດກາ, ສອບ​ເສັງ ​ແລະ ຮັບປະກັນ​ຄຸນ​ນະພາ​ບ, ຫ້ອງວຽກງານ​ນັກຮຽນ-ນັກ​ສຶກສາ, ຫ້ອງ​ຄຸ້ມ​ຄອງ​ຄົ້ນຄວ້າວິທະຍາສາດ ​ແລະ ຮ່ວມ​ມື​ສາກົນ.

          - ປະກອບ​ມີ 04 ສູນ: ສູນ​ສຶກສາ​ປະຈຳ, ສູນ​ອັກສອນສາດ-ຄອມ​ພິວ​ເຕີ ​ແລະ ​ເຕັກນິກ​ໂປ​ແກມ, ສູນ​ເຕັ​ກ​ໂນ​ໂລ​ຊີ​ຂ່າວສານ ​ແລະ ຫໍ​ສະມຸດ.

          - ປະກອບ​ມີ 01 ຄະນະ: ຄະນະ​ຄຸ້ມ​ຄອງ​ໂຄງການ.

          - ປະກອບ​ມີ 08 ຄະນະ: ຄະນະ​ສ້າງ​ຄູ​ທຳ​ມະ​ຊາດ, ຄະນະ​ສ້າງ​ຄູ​ສັງຄົມ ​ແລະ ວັນນະຄະດີ, ຄະນະ​ສ້າງ​ຄູປະຖົມ-ອະນຸບານ, ຄະນະ​​ເຕັກນິກ-ເຕັກ​ໂນ​ໂລ​ຊີ, ຄະນະ​ທິດ​ສະ​ດີການ​ເມືອງ, ຄະນະ​ອັກສອນສາດ ​ແລະ ຄະນະ​ເສດຖະສາດ-ບໍລິຫານ​ທຸລະ​ກິດ ຄະນະກະສິກໍາ

          - ປະກອບ​ມີ 02 ຄະນະ​ວິຊາ: ຄະນະ​ວິຊາ​ສຶກສາ​ກິລາ ​ແລະ ຄະນະ​ວິຊາ​ຈິດຕະສາດ-​ການ​ສຶກສາ.

          ບັນດາ​ຫ້ອງ, ຄະນະ, ສູນ, ຄະນະ​ຂະ​ແໜງ​ການ​ຕ່າງໆ ​ແລະ ຄະນະ​ວິຊາ​ ລ້ວນ​ແລ້ວ​ແຕ່​ມີ​ກົນ​ໄກ​ການ​ເຄື່ອກ​ໄຫວ ​ເຊິ່ງມີ​ຂໍ້​ກຳນົດ​ລະອຽດ​ດ້ານ​ພາລະ​ບົດບາດ ​ແລະ ໜ້າ​ທີ່. ​ໃນ​ແຕ່ລະ​ປີ ບົນ​ພື້ນຖານ​ພາລະ​ໜ້າ​ທີ່ ທີ່​ໄດ້​ຮັບ​ມອບ​ໝາຍ, ມະຫາວິທະຍາ​ໄລ​ໄດ້​ດຳ​ເນີນ​ການ​ກວດກາ​ຄືນ​ໃໝ່​ກ່ຽວ​ກັບ​ບົດບາດ ​ແລະ ໜ້າ​ທີ່ ຂອງ​ບັນດາ​ຫົວໜ່ວຍ​ທີ່​ຂື້ນ​ກັບ, ດຳ​ເນີນ​ການຈັດ​ສັນປັບປຸງ​ໃນ​ທົ່ວ​ກົນ​ໄກ​ການຈັດ​ຕັ້ງ ​ເພື່ອ​ຮັບປະກັນ​ການ​ເຄື່ອນ​ໄຫວ​ໃຫ້​ໄດ້​ຮັບໝາກຜົນສູງ​ສຸດ.

          - ປະຈຸ​ບັນ​ມະຫາ​ວິທະຍາ​ໄລກຳລັງ​ກໍ່ສ້າງ​ຫຼາຍ​ກວ່າ 54 ຂະ​ແໜງ​ວິຊາ, ​ໃນ​ນັ້ນ​ ກໍ່ສ້າງ​ລະດັບ​ປະລິນຍາ​ຕີປະກອບ​ມີ​ຂະ​ແໜງ​ວິຊາ​ດັ່ງ​ນີ້: ສ້າງ​ຄູ (ກໍ່ສ້າງ​ຄູ​ອາ​ຈານ​ແກ່​ບັນດາ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ແລະ ມັດ​ຖະຍົມ​ຕອນ​ປາຍ ​ເຊິ່ງລວມມີ​ຂະ​ແໜງ: ຄະນິດສາດ, ​ເຄມີ​ສາດ, ຟີ​ຊິກ​ສາດ, ພາສາອັງກິດ, ທິດ​ສະ​ດີກາ​ນ​ເມືອງ, ຫວຽດນາມ​ສາດ ​ແລະ ຂະ​ແໜງ​ການ​ອື່ນໆ​ຈຳນວນ​ໜຶ່ງ); ​ເຕັກນິກ-​ເຕັກ​ໂນ​ໂລ​ຊີ (​ເຕັກ​ໂນ​ໂລ​ຊີ​ຂ່າວສານ, ກໍ່ສ້າງ, ວິທະຍາສາດ​ສິ່ງ​ແວດ​ລ້ອມ, ກະ​ເສດ​ສາດ); ອັກສອນສາດ (ພາສາ​ອັງກິດ, ພາສາ​ຈີນ); ​ເສດຖະສາດ (ບໍລິຫານ​ທຸລະ​ກິດ, ບັນຊີ, ການ​ເງິນ-ການ​ທະນາຄານ, ບໍລິຫານ​ທ່ອງ​ທ່ຽວ ​ແລະອື່ນໆ...) ກະສິກໍາ

          ​ໃນ​ຊ່ວງ​ໄລຍະ​ທີ່​ໄກ້​ຈະ​ມາ​ເຖິງ, ຍຸດ​ທະ​ສາດ​ການ​ພັດ​ທະນາ​ຂອງ​ພວກ​ຂ້າພະ​ເຈົ້າ ​ແມ່ນ​ການ​ປັບ​ປ່ຽນ​ທິດ​ທາງ​ການ​ກໍ່ສ້າງ​ກຸ່ມ​ຂະ​ແໜງ​ການ​ເຕັກນິກ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ ການດ້ານ​ຊັບພະຍາ​ກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃຫ້​ແກ່​ເຂດ​ອຸດສາຫະກຳ, ບັນດາ​ໂຄງການ​ຈຸດ​ສຸມ​ສຳຄັນ​ຂອງ​ຊາດ ​ແລະ ​ແຂວງ​ຮ່າ​ຕິ້ງ.

          2. ດ້ານ​ວຽກງານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ນະ​ໂຍບາຍ​ສຳລັບ​ຄູ​ອາຈານ

          - ປັດຈຸບັນ ມະຫາວິທະຍາ​ໄລ​ ມີ​ພະນັກງານ, ຄູ​ອາຈານ ​ເກືອບ 336 ຄົນ, ອາຈານ​ສອນ​ມີ​ຈຳນວນ 218 ຄົນ. ຈຳນວນ​ອາຈານ​ທີ່​ມີ​ລະດັບ​ການ​ສຶກສາ​ເໜືອ​ປະລິນຍາ​ຕີ ກວມ​ຈຳນວນ​ກ່ວາ 75%, ສາ​ດສະ​ດາ​ຈານ 01 ທ່ານ, ຮອງ​ສາ​ດສະ​ດາ​ຈານ 01 ທ່ານ, ປະລິນຍາ​ເອກ 15 ທ່ານ, 40 ທ່ານ ກຳລັງ​ສຶກສາລະ​ດັບ​ເໜືອປະລິນຍາ​ໂທ, ມີ​ຫຼາຍ​ທ່ານ​ທີ່​ກຳລັງ​ສຶກສາ​ຢູ່ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຣັດ​ເຊຍ, ນິວຊີ​ແລນ, ​ໄທ... ພວກ​ຂ້າພະ​ເຂົ້າ​ຂໍ​ຢັ້ງຢືນ​ວ່າ ພະນັກງານ​ຄູ​ອາຈານ​ເຫຼົ່ານີ້​ແມ່ນ​ກຳລັງ​ແຮງ​ອັນ​ສຳຄັນ​ທີ່​ສຸດ​ຂອງ​ມະຫາວິທະຍາ​ໄລ​ຂອງ​ພວກ​ຂ້າພະ​ເຈົ້າ, ​ເພາະສະ​ນັ້ນ ວຽກ​ງານ​ການ​ພັດທະນາ​ຊັບພະ ຍາກອນ​ມະນຸດ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ການ​ນຳ​ມະຫາວິທະຍາ​ໄລ.

          - ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ດ້ານ​ການ​ກໍ່ສ້າງ​ໃຫ້​ນັບ​ມື້​ນັບ​ເປີດ​ກວ້າງ, ພະ ນັກງານ​ຄູ​ອາຈານ​ ມີ​ການຮັບ​ເຂົ້າ​ມາ​ໃໝ່​ໃນ​ແຕ່ລະ​ປີ. ບຸກຄົນ​ເຫຼົ່າ​ນີ້​ຕ້ອງ​ແມ່ນ​ບັນດາ​ບຸກຄົນ​ທີ່​ເກັ່ງ​ດ້ານ​ວິຊາ​ສະ​ເພາະ​ທີ່​ສຸດ ​ແລະ ມີ​ໃຈ​ມັກ​​ໃນ​ອາຊີບ​ອາຈານ​ສອນ​ມະຫາວິທະຍາ​ໄລ. ບັນດາ​ຊ່ຽວຊານ​ທີ່​ເປັນ​ສາດສະດາຈານ, ຮອງ​ສາດສະດາຈານ; ບັນດາ​ບຸກຄົນ​ທີ່​ມີ​ຄວາມ​ຮູ້​ລະດັບ​ປະລິນຍາ​ເອກ ຖ້າ​ມາ​ເຮັດ​ວຽກ​ນຳ​ມະຫາວິທະຍາ​ໄລ ຈະ​ໄດ້​ຮັບບູລິ​ມິດ​ໃນ​ການ​ຊ່ວຍ​ເຫຼືອ​ຫຼາຍ​ຢ່າງ​ຈາກ​ແຂວງ ​ເຊັ່ນ: ດ້ານ​ການເງິນ,​ ທີ່​ດິນ, ​ແລະ ບັນດາ​ເງື່ອນ​ໄຂ​ການ​ເຮັດ​ວຽກ​ທີ່​ສະດວກ​ສະບາຍ. ບັນດາ​ນັກ​ສຶກສາ​ທີ່​ຈົບ​ປະລິນຍາ​ຕີ​ປະ​ເພດ​ດີ​ເດັ່ນ, ປະ​ເພດ​ເກັ່ງ ຂອງ​ໂຮງຮຽນ​ແມ່ນ​ລ້ວນ​ແລ້ວ​ແຕ່​ມີ​ຄຸນ​ນະພາ​ບທີ່​ເຊື່ອ​ໝັ້ນ​ໄດ້; ບັນດາ​ນັກ​ສຶກສາ​ທີ່​ຈົບ​ປະລິນຍາ​ປະ​ເພດ​ດີ​ເດັ່ນ ​ຢູ່ ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ການ​ສຶກສາ​ທີ່​ພັດທະນາ​ແລ້ວ ແມ່ນ​ລ້ວນ​​ແຕ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ດຶງ​ດູດ​ເອົາບຸກຄົນ​ເຫຼົ່າ​ນັ້ນ ​ເຊິ່ງຈະ​ໄດ້​ຮັບ​ບູລິ​ມະ​ສິດ​ຢ່າງ​ເໝາະ​ສົມ.

          - ປັດຈຸບັນ ວຽກ​ງານ​ການ​ກໍ່ສ້າງ, ບຳລຸງ​ຍົກ​ລະດັບ​ພະນັກງານ​ຄູ​ອາຈານຍາມ​​ໃດ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເລັງ​ເຫັນ​ເຖິງຄວາມ​ສຳຄັນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່ສ້າງ​ລະດັບ​ປະລິນຍາ​ເອກ ​ເຊິ່ງ​ໄດ້​ມີນະ​ໂຍບາຍຊ່ວຍ​ເຫຼືອ​ດ້ານ​ການ​ເງິນ, ຊອກ​ວຽກ​ເຮັດ​ງານ​ທຳ. ​ໃນ​ແຕ່ລະ​ປີ ມະຫາວິທະຍາ​ໄລ ​ໄດ້​ສົ່ງ​ພະນັກງານຄູ​ອາຈານ​ໄປ​ສຶກສາລະ​ດັບ​​ເໜືອ​ປະລິນຍາ​ຕີຢູ່ໃນ ​ແລະ ຕ່າງປະ​ເທດ, ປັດຈຸບັນ ມີ 40 ຄົນ ທີ່​ກຳລັງສຶກສາລະ​ດັບ​​ເໜືອ​ປະລິນຍາ​ຕີ, ​ໃນ​ນັ້ນ ມີ​ຈຳນວນ 21 ຄົນ​ ທີ່ກຳລັງສຶກສາລະ​ດັບ​​ປະລິນຍາ​ເອກ ຢູ່ໃນ ​ແລະ ຕ່າງປະ​ເທດ.

          - ​ເພີ່ມ​ທະວີ, ປະສານ​ສົມທົບ​ຮ່ວມ​ມື​ສາກົນ ​ໃນ​ຂະ​ແໜງ​ການ​ກໍ່ສ້າງ​ຄູ​ອາຈານ, ຍົກ​ຕົວຢ່າງ​ເຊັ່ນ: ສົມທົບ​ກັບ​ບັນດາ​ມະຫາວິທະຍາ​ໄລ ທີ່​ມີ​ຄຸນ​ນະພາ​ບ​ໃນ​ທົ່ວ​ໂລກ ​ເພື່ອ​ສົ່ງ​ຄູ​ອາຈານ​ໄປ​ສຶກສາ, ກໍ່ສ້າງວິຊາ​ສະ​ເພາະ​ທີ່​ຈຳ​ເປັນ.

          ພ້ອມ​ດຽວ​ກັນ​ນັ້ນ, ມະຫາວິທະຍາ​ໄລ ກໍ່​ໄດ້​ສົ່ງ​ພະນັກງານ​ຄູ​ອາ​ຈານ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ບຳລຸງ​ຍົກ​ລະດັບ​ວິຊາ​ສະ​ເພາະ ທີ່​ກະຊວງ​ສຶກສາ ​ແລະ ກໍ່ສ້າງ ​ແລະ ບັນດາ​ຂະ​ແໜງ​ການຈັດ​ຕັ້ງ​ຕ່າງໆ​ຈັດ​ຂື້ນ; ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​​ມະ​ນາ, ກອງ​ປະຊຸມ​ວິທະຍາສາດ​ຕ່າງໆ ທັງ​ໃນ ​ແລະ ຕ່າງປະ​ເທດ.

          - ດ້ານ​ວຽກ​ງານ​ການ​ສຶກສາ ​ແລະ ບຳລຸງ​ຍົກ​ລະດັບດ້ວຍ​ຕົນ​ເອງ​ຂອງພະນັກງານ​ຄູ​ອາ​ຈານ ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກມະຫາວິທະຍາ​ໄລ, ທາງມະຫາວິທະຍາ​ໄລ​ມີ​ຂໍ້​ກຳນົດ​ໃຫ້​ແກ່​ພະນັກງານ​ຄູ​ອາຈານ​ແຕ່ລະຄົນ​ຕ້ອງ​ເຮັດ​ກິດຈະກຳ​ສຶກສາດ້ວຍ​ຕົນ​ເອງ​ໃນ​ແຕ່ລະ​ປີ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ຈັດ​ປະ​ເພດ​ພະນັກງານ​ອີກ​ດ້ວຍ.

          - ມີ​ການ​ເອົາ​ໃຈ​ໃສ່​ຢ່າງ​ຄົບ​ຖ້ວນ​ດ້ານ​ແນວ​ຄິດ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ສະພາບ​ແວດ​ລ້ອມ, ​ເງື່ອນ​ໄຂ​ການ​ເຮັດ​ວຽກ​ໃຫ້​ແກ່ພະນັກງານ​ຄູ​ອາ​ຈານ ​ແລະ ຜູ້​ອອກ​ແຮງ​ງານ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕິດ​ພັນ ​ແລະ ​ເຮັດ​ວຽກ​ຢ່າງ​ມີ​ໝາກຜົນ​ສູງ​ສຸດ. ນອກ​ຈາກ​ເງິນ​ເດືອນ​ຂອງ​ລັດ​ແລ້ວ, ທາງມະຫາວິທະຍາ​ໄລຍັງ​ໄດ້​ສ້າງ​ເງື່ອນ​ໄຂ​ເພີ່ມ​ແຫຼ່ງລາຍຮັບໃຫ້​ແກ່ພະນັກງານ​ຄູ​ອາ​ຈານ. ​ໃຫ້ພະນັກງານ​ຄູ​ອາ​ຈານທັງ​ໝົດຮັບ​ປະທານ​ອາຫານ​ທ່ຽງ​ໂດຍ​ບໍ່​ໄດ້​ເສຍ​ຄ່າ; ຮັບປະກັນ​ຢ່າງ​ຄົບ​ຖ້ວນ​ທາງ​ດ້ານ​ນະ​ໂຍບາຍ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ ​ແລະ ບັນດາ​ນະ​ໂຍບາຍ​ອື່ນໆ ສຳລັບ​ຜູ້​ອອກ​ແຮງ​ງານ.

          ດ້ວຍ​ວິທີ​ການ​ດັ່ງ​ທີ່​ໄດ້​ຍົກ​ມາ​ຂ້າງ​ເທິງ​ນີ້, ພະນັກງານ​ຄູ​ອາ​ຈານ ​ແລະ ຜູ້​ອອກ​ແຮງ​ງານຂອງມະຫາວິທະຍາ​ໄລນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະລິມານ, ມີ​ຄວາມ​ຫ້າວຫັນ​ໃນ​ການ​ເຮັດ​ວຽກ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ອຸ​ນອຽນ​ທຸ່ນ​ທ່ຽງ​ຕິດ​ພັນ​ກັບ​ພາລະກິດ​ການ​ພັດທະນາ​ຂອງມະຫາວິທະຍາ​ໄລ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​​ເວລາ​ບໍ່​ດົນ ມະຫາວິທະຍາ​ໄລຮ່າ​ຕິ້ງ ຈະ​ເປັນ​ໃຈ​ກາງ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​​ແຂວງ ​ແລະ ຂອງ​ປະ​ເທດ, ສາ ມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໃນ​ໄລຍະ​ໃໝ່​ນັບ​ມື້​ນັບ​ສູງ​ຂື້ນ.

ແນະນຳ​ກ່ຽວ​ກັບ​ມະຫາ​ວິທະຍາ​ໄລ​ຮ່າ​ຕິ້ງ

*****

          ວັນ​ທີ 09/03/2007, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ​ໄດ​ອອກ​ຂໍ້​ຕົກລົງ​ສະບັບ​ເລກທີ 318/ຂຕລ.ນຍ ວ່າ​ດ້ວຍ​ການ​ສ້າງ​ຕັ້ງ ມະຫາວິທະຍາ​ໄລຮ່າ​ຕິ້ງ ບັນ​ພື້ນຖານ​ການ​ຍົກ​ລະດັບ​ວິທະຍາ​ໄລ​ສ້າງ​ຄູ​ຮ່າ​ຕິ້ງ, ສາຂາ​ມະຫາວິທະຍາ​ໄລ​ວິ​ງ ​ແລະ ​ໂຮງຮຽນ​ເສດຖະກິດ​ຊັ້ນ​ກາງ​ຮ່າ​ຕິ້ງ ​ເພື່ອ​ລວມ​ເຂົ້າ​ເປັນ ມະຫາວິທະຍາ​ໄລຮ່າ​ຕິ້ງ.

          ມະຫາວິທະຍາ​ໄລຮ່າ​ຕິ້ງ ​ແມ່ນມະຫາວິທະຍາ​ໄລໜຶ່ງທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ເຊິ່ງປະກອບ​ມີ​ຫຼາຍ​ຂັ້ນ, ຫຼາຍ​ຂະ​ແໜງ​ການ ທີ່​ເຮັດ​ໜ້າ​ທີ່​​ໃນ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ, ຄົ້ນຄວ້າ​ວິທະຍາສາດ, ຕອບ​ສະໜອງ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ພາລະກິດ​ການ​ຫັນ​​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໃໝ ຂ​ອງ​ ແຂວງ​ຮ່າ​ຕິ້ງ ​ແລະ ຂອງ​ປະ​ເທດ.

          1. ດ້ານ​ກົນ​ໄກ​ການຈັດ​ຕັ້ງ

          - ຄະນະ​ອະທິການ​ບໍດີ: ອະທິການ​ບໍດີ 01 ທ່ານ ​ແລະ ຮອງອະທິການ​ບໍດີ 04 ທ່ານ.

          - ກົນ​ໄກ​ການຈັດ​ຕັ້ງ​ມະຫາຊົນ: ໜ່ວຍ​ພັກ, ກຳມະບານ, ຊາວ​ໜຸ່ມ, ສະມາຄົມ​ນັກຮົບ​ເກົ່າ.

          - ປັດຈຸບັນ​ມະຫາວິທະຍາ​ໄລ​ຮ່າ​ຕິ້ງ ປະກອບ​ມີ 09 ຫ້ອງ

          - ປະກອບ​ມີ 04 ສູນ

          - ປະກອບ​ມີ 01 ຄະນະ​ຄຸ້ມ​ຄອງ​ໂຄງການ.

          - ປະກອບ​ມີ 08 ຄະນະ

          - ປະກອບ​ມີ 02 ຄະນະ​ວິຊາ

ລ້ວນ​ແລ້ວ​ແຕ່​ມີ​ກົນ​ໄກ​ການ​ເຄື່ອກ​ໄຫວ ​ເຊິ່ງມີ​ຂໍ້​ກຳນົດ​ລະອຽດ​ດ້ານ​ພາລະ​ບົດບາດ ​ແລະ ໜ້າ​ທີ່.

          2. ດ້ານການ​ກໍ່ສ້າງ

          ປະຈຸ​ບັນ​ມະຫາ​ວິທະຍາ​ໄລກຳລັງ​ກໍ່ສ້າງ​ຫຼາຍ​ກວ່າ 54 ຂະ​ແໜງ​ວິຊາ, ​ໃນ​ນັ້ນ​ ກໍ່ສ້າງ​ລະດັບ​ປະລິນຍາ​ຕີປະກອບ​ມີ​ຂະ​ແໜງ​ວິຊາ​ດັ່ງ​ນີ້: ສ້າງ​ຄູ; ​ເຕັກນິກ-​ເຕັກ​ໂນ​ໂລ​ຊີ (​ເຕັກ​ໂນ​ໂລ​ຊີ​ຂ່າວສານ, ກໍ່ສ້າງ, ວິທະຍາສາດ​ສິ່ງ​ແວດ​ລ້ອມ, ກະ​ເສດ​ສາດ); ອັກສອນສາດ (ພາສາ​ອັງກິດ, ພາສາ​ຈີນ); ​ເສດຖະສາດ (ບໍລິຫານ​ທຸລະ​ກິດ, ບັນຊີ, ການ​ເງິນ-ການ​ທະນາຄານ, ບໍລິຫານ​ທ່ອງ​ທ່ຽວ ​ແລະອື່ນໆ...), ກະສິກໍາ

ນັກສຶກສາໃນປະຈຸບັນ: 9000 ຄົນ

          3. ດ້ານ​ຍຸດ​ທະ​ສາດ​ການ​ພັດທະນາ

          ​- ໃນ​ຊ່ວງ​ໄລຍະ​ທີ່​ໄກ້​ຈະ​ມາ​ເຖິງ, ຍຸດ​ທະ​ສາດ​ການ​ພັດ​ທະນາ​ຂອງ​ພວກ​ຂ້າພະ​ເຈົ້າ ​ແມ່ນ​ການ​ປັບ​ປ່ຽນ​ທິດ​ທາງ​ການ​ກໍ່ສ້າງ​ກຸ່ມ​ຂະ​ແໜງ​ການ​ເຕັກນິກ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ ການດ້ານ​ຊັບພະຍາ​ກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃຫ້​ແກ່​ເຂດ​ອຸດສາຫະກຳ, ບັນດາ​ໂຄງການ​ຈຸດ​ສຸມ​ສຳຄັນ​ຂອງ​ຊາດ ​ແລະ ​ແຂວງ​ຮ່າ​ຕິ້ງ.

          - ປັດຈຸບັນ ມະຫາວິທະຍາ​ໄລ​ ມີ​ພະນັກງານ, ຄູ​ອາຈານ ​ເກືອບ 336 ຄົນ, ອາຈານ​ສອນ​ມີ​ຈຳນວນ 218 ຄົນ. ຈຳນວນ​ອາຈານ​ທີ່​ມີ​ລະດັບ​ການ​ສຶກສາ​ເໜືອ​ປະລິນຍາ​ຕີ ກວມ​ຈຳນວນ​ກ່ວາ 75%, ສາ​ດສະ​ດາ​ຈານ 01 ທ່ານ, ຮອງ​ສາ​ດສະ​ດາ​ຈານ 01 ທ່ານ, ປະລິນຍາ​ເອກ 15 ທ່ານ, 40 ທ່ານ ກຳລັງ​ສຶກສາລະ​ດັບ​ເໜືອປະລິນຍາ​ໂທ, ມີ​ຫຼາຍ​ທ່ານ​ທີ່​ກຳລັງ​ສຶກສາ​ຢູ່ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຣັດ​ເຊຍ, ນິວຊີ​ແລນ... ພວກ​ຂ້າພະ​ເຂົ້າ​ຂໍ​ຢັ້ງຢືນ​ວ່າ ພະນັກງານ​ຄູ​ອາຈານ​ເຫຼົ່ານີ້​ແມ່ນ​ກຳລັງ​ແຮງ​ອັນ​ສຳຄັນ​ທີ່​ສຸດ​ຂອງ​ມະຫາວິທະຍາ​ໄລ​ຂອງ​ພວກ​ຂ້າພະ​ເຈົ້າ, ​ເພາະສະ​ນັ້ນ ວຽກ​ງານ​ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ການ​ນຳ​ມະຫາວິທະຍາ​ໄລ.

          - ຄາດ​ຄະ​ເນ​ໃນ​ອານາ​ຄົດ​ອັນ​ໄກ້​ນີ້, ລະດັບ​ການ​ກໍ່ສ້າງ​ຂອງ​ມະຫາວິທະຍາ​ໄລ ຈະ​ມີ​ນັກ​ສຶກສາ​ປະມານ 10.000 ຄົນ.

          - ​ການ​ເປີດ​ກວ້າງ​ການ​ຮວ່ມມື​ສາກົນຍິ່ງ​ຂຶ້ນ, ສົມທົບ​ກັບ​ບັນດາ​ມະຫາວິ​ທະຍາ​ໄລ ທີ່​ມີ​ຄຸນ​ນະພາ​ບ​ໃນ​ໂລກ ​ເພື່ອ​ພົບປະແລກປ່ຽນພະນັກງານຄູ​ອາຈານ ກໍ່​ຄື​ການ​ຮ່ວມ​ມື​ໃນ​ການ​ກໍ່ສ້າງ ​ແລະ ຄົ້ນຄວ້າ​ວິທະຍາສາດ. ປັດຈຸບັນ​ພວກ​ຂ້າພະ​ເຈົ້າກຳລັງ​ກໍ່ສ້າງ​ນັກ​ສຶກສາ​ຂອງ ສປປ ລາວ ຈຳນວນ 900 ກວ່າ​ຄົນ ​ເຊິ່ງກຳລັງ​ສຶກສາ​ໃນ​ຫຼາຍ​ຂະ​ແໜງ​ວິຊາ​ທີ່​ຕ່າງ​ກັນ.

          ປັດຈຸບັນ ມະຫາວິ​ທະຍາ​ໄລຫຼັງ​ໃໝ່ກຳລັງ​ໄດ້​ຮັບ​ການ​ກໍ່ສ້າງ​ ​ເຊິ່ງມີ​ເນື້ອ​ທີ່​ປະມານ 80 ​ເຮັກ​ຕ້າ. ​ໃນ​ສົກ​ປີໜ້າ ນັກ​ສຶກສາ​ພາກ​ສ່ວນ​ໜຶ່ງ​ຂອງ​ມະຫາວິ​ທະຍາ​ໄລຈະ​ເຂົ້າ​ໄປ​ຮຽນ​ຢູ່​ຫຼັງ​ໃໝ່. ຫວັງ​ວ່າ​ໃນ​ຄັ້ງ​ໜ້າ ພວກ​ຂ້າພະ​ເຈົ້າ ຈະ​ໄດ້ຕ້ອນຮັບບັນດາ​ແຂກ​ທີ່​ມີ​ກຽດຢູ່​ທີ່ມະຫາວິ​ທະຍາ​ໄລຫຼັງ​ໃໝ່​ເຊິ່ງມີ​ພື້ນຖານ​ວັດຖຸ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ.

4. ເຄື່ອງມືການຮຽນ - ການສິດສອນ

ປັດຈຸບັນ ມະຫາວິທະຍາ​ໄລ​ ມີ​ລະບົບຫໍສະຫມຸດເອເລັກໂຕຣນິກຊ່ວຍໃຫ້ການຮຽນຮູ້ຄົ້ນຄວ້າສຶກສາຂໍ້ມູນຂອງນັກສຶກສາແລະຄູ​ອາຈານ. ລະບົບຫ້ອງທົດລອງຊ່ວຍໃນການຮຽນຮູ້ພາສາຕ່າງປະເທດແລະການທົດລອງໃນຄອມພິວເຕີມະຫາວິທະຍາ​ໄລໄດ້ໃຫ້ການລົງທຶນທີ່ສໍາຄັນ.

          5. ດ້ວຍຍຸດທະ​ວິທີ​ດ້ານ​ການ​ພັດທະນາ ພະນັກງານ​ຄູ​ອາ​ຈານ; ມີ​ນະ​ໂຍບາຍ​ບູລິ​ມະ​ສິດ ​ແລະ ວິທີ​ການ​ຄຸ້ມ​ຄອງ​ຢ່າງ​ມີ​ວິທະຍາສາດ, ພະນັກງານ​ຄູ​ອາ​ຈານ ​ແລະ ຜູ້​ອອກ​ແຮງ​ງານ ຂອງມະຫາວິທະຍາ​ໄລນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະລິມານ, ມີ​ຄວາມ​ຫ້າວຫັນ​ໃນ​ການ​ເຮັດ​ວຽກ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ອຸ​ນອຽນ​ທຸ່ນ​ທ່ຽງ​ຕິດ​ພັນ​ກັບ​ພາລະກິດ​ການ​ພັດທະນາ​ຂອງມະຫາວິທະຍາ​ໄລ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​​ເວລາ​ບໍ່​ດົນ ມະຫາວິທະຍາ​ໄລຮ່າ​ຕິ້ງ ຈະ​ເປັນ​ໃຈ​ກາງ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​​ແຂວງ ​ແລະ ຂອງ​ປະ​ເທດ, ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໃນ​ໄລຍະ​ໃໝ່​ນັບ​ມື້​ນັບ​ສູງ​ຂື້ນ.


ມະຫາ​ວິທະຍາ​ໄລ ​ແຂວງ​ຮ່າ​ຕິ້ງ

​ເລກທີ 447, ຖະໜົນ 26/3, ຄຸ້ມ​ດ້າຍ​ໜ່າຍ, ນະຄອນ​ຮ່າ​ຕິ້ງ, ​ແຂວງ​ຮ່າ​ຕິ້ງ.

​ໂທລະສັບ: 0084 393 886 214

ໂທລະສັບມືຖື: 0084 949 120 837

ແຟັກ: 0084 393 885 224

Email: This email address is being protected from spambots. You need JavaScript enabled to view it.; This email address is being protected from spambots. You need JavaScript enabled to view it.

Website: www.htu.edu.vn

ບາງຂໍ້ກຳນົດສຳລັບນັກຮຽນລາວ

ທີ່ຈະເຂົ້າຮຽນທີ່ມະຫາວິທະຍາໄລແຂວງຮ່າຕິ້ງ

*********

          ມະຫາວິທະຍາໄລແຂວງຮ່າຕິ້ງ ແມ່ນມະຫາວິທະຍາໄລແຫ່ງໜື່ງ ທີ່ກໍ່ສ້າງ ວິຊາສະເພາະໃນຫຼາຍລະດັບ, ຫຼາຍຂະແໜງການ, ກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງ ແຂວງຮ່າຕິ້ງ, ຂອງທົ່ວປະເທດ ແລະ ສາ ກົນ, ໂດຍສະເພາະແມ່ນ ກໍ່ສ້າງບຸກຄະລາກອນ ໃຫ້ແກ່ແຂວງຕ່າງໆຂອງ ສປປ ລາວ.

          I. ເອກະສານລົງທະບຽນ (ນັກຮຽນແຕ່ລະຄົນທີ່ຈະເຂົ້າຮຽນຕ້ອງໄດ້ກະກຽມ ເອກະສານທັງໝົດ 03 ຊຸດ ແລະ ຕ້ອງແປອອກເປັນພາສາຫວຽດນາມ)

          1. ເຂົ້າຮຽນພາສາຫວຽດ (ສຳລັບທຸກເປົ້າໝາຍທີ່ເຂົ້າຮຽນ ເຊິ່ງປະກອບມີ: ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ ແລະ ນັກສຶກສາ).

          * ເອກະສານປະກອບມີ:

          - ໃບນໍາສົ່ງຂອງພະແນກສຶກສາທິການ ແລະ ກິລາ ຫຼື ພະແນກການຕ່າງປະເທດແຂວງ

          - ເອກະສານສ່ວນບຸກຄົນ:

          + ໃບກວດສຸຂະພາບ

          + ໃບສະເໜີຂໍເຂົ້າຮຽນພາສາຫວຽດທີ່ມະຫາວິທະຍາໄລ ແຂວງຮ່າຕິ້ງ

          2. ເຂົ້າສຶກສາລະດັບປະລິນຍາຕີ (ສຳລັບນັກຮຽນທີ່ໄດ້ຮຽນຈົບຫຼັກສູດ ມັດທະຍົມຕອນປາຍ)

          * ເອກະສານປະກອບມີ:

          - ຂໍ້ຕົກລົງອະນຸມັດເຂົ້າຮຽນທີ່ມະຫາວິທະຍາໄລ ແຂວງຮ່າຕິ້ງ ຂອງກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ

          - ຂໍ້ຕົກລົງອະນຸມັດເຂົ້າຮຽນທີ່ມະຫາວິທະຍາໄລ ແຂວງຮ່າຕິ້ງ ຂອງຄະນະກຳມະການ ປະຊາຊົນ ແຂວຮ່າຕິ້ງ ແລະ ອຳນາດການປົກຄອງບັນດາແຂວງຂອງ ສປປ ລາວ

          - ເອກະສານສ່ວນບຸກຄົນ:

          + ປະກາສະນີຍະບັດຈົບຊັ້ນມັດຖະຍົມຕອນປາຍ ຫຼື ໃບຢັ້ງຢືນຊົ່ວຄາວ (ສຳເນົາກອບປີ້ມີກາຈໍ້າຢັ້ງຢືນ)

          + ໃບຄະແນນຈົບຊັ້ນມັດຖະຍົມຕອນປາຍ

          + ໃບກວດສຸຂະພາບ

+ ໃບສະເໜີຂໍເຂົ້າຮຽນພາສາຫວຽດ ທີ່ ມະຫາວິທະຍາໄລ ແຂວງຮ່າຕິ້ງ

+ ນັກຮຽນຕ້ອງໄດ້ຮຽນຜ່ານຫຼັກສູດພາສາຫວຽດ ທີ່ ມະຫາວິທະຍາໄລ ແຂວງຮ່າຕິ້ງ ແລະ ຕ້ອງເສັງຈົບຫຼັກສູດ ຫຼື ມີໃບຢັ້ງຢືນຈົບຫຼັກສູດການຮຽນພາສາຫວຽດສຳລັບ ກຽມເຂົ້າຮຽນລະດັບປະລິນຍາຕີ.

ໝາຍເຫດ: ເອກະສານທີ່ປະກອບທຸກສະບັບຕ້ອງໄດ້ກອບປີ້ ແລະ ຈໍ້າກາຢັ້ງຢືນ.

III. ເງິນອຸດໜູນນັກຮຽນ ແລະ ຄ່າຮຽນ

1. ສຳລັບນັກຮຽນໃນແຜນ ທີ່ໄດ້ຮັບເງິນອຸດໜູນ ຈາກຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງຕ້ອງມີຂໍ້ຕົກລົງອະນຸມັດທຶນໃນແຜນເຂົ້າຮຽນ ທີ່ ມະຫາວິທະຍາໄລ ແຂວງຮ່າຕິ້ງ ຂອງຄະນະກໍາມະການປະຊາຊົນ ແຂວຮ່າຕິ້ງ ແລະ ອຳນາດການປົກຄອງບັນດາແຂວງຂອງ ສປປ ລາວ.

2. ສຳລັບນັກຮຽນນອກແຜນ

- ຫຼັກສູດຮຽນພາສາຫວຽດ: 300$/ປີ

- ຫຼັກສູດຮຽນວິຊາສະເພາະ: 400$/ປີ

(ລາຍຈ່າຍທີ່ລະບຸມາຂ້າງເທິງປະກອບມີພຽງຄ່າຮຽນ ແລະ ຄ່າຫໍພັກ; ບໍ່ໄດ້ລວມຄ່າໃຊ້ຈ່າຍອື່ນໆ)

          IV. ສຳລັບນະໂຍບາຍເງິນອຸດໜູນ (ນັກຮຽນໃນແຜນ)

          ນັກສຶກສາທີ່ເຂົ້າຮຽນຢູ່ມະຫາວິທະຍາໄລ ແຂວງຮ່າຕິ້ງ ຈະໄດ້ຮັບນະໂຍບາຍ ບູລິມະສິດຫຼາຍຢ່າງເຊິ່ງປະກອບມີ: ເງິນອຸດໜູນນັກຮຽນປະເພດຕ່າງໆ; ຄ່າຮຽນ, ຄ່າຫໍພັກ ແລະ ຄ່າບໍລິຫານອື່ນໆທີ່ຕໍ່າ.

          ນອກຈາກນັກຮຽນທີ່ຈັດຢູ່ໃນປະເພດນັກຮຽນໃນແຜນທີ່ແຂວງຮ່າຕິ້ງຊ່ວຍເຫຼືອ, ໃນແຕ່ລະປີ ມະຫາວິທະຍາໄລຍັງມີນະໂຍບາຍສະເພາະສຳລັບນັກຮຽນນອກແຜນຂອງແຂວງຕ່າງໆ ເຊັ່ນ: ສຳລັບນັກຮຽນນອກແຜນໃນທຸກໆ 10 ຄົນ ຂອງແຕ່ລະແຂວງທີ່ເຂົ້າຮຽນພາສາຫວຽດ ຫຼື ວິຊາສະເພາະ, ມະຫາວິທະຍາໄລ ແຂວງຮ່າຕິ້ງ ຈະມີນະໂຍບາຍຊ່ວຍເຫຼືອ 02 ທຶນ (ຊ່ວຍເຫຼືອຄ່າຮຽນ ແລະ ຄ່າຫໍພັກຕະຫຼອດໄລຍະເວລາຮຽນພາສາຫວຽດ 09 ເດືອນ ແລະ ຮຽນປະລິນຍາຕີ 04 ປີ).

          ມະຫາວິທະຍາໄລ ແຂວງຮ່າຕິ້ງ ກຳລັງຊຸກຍູ້ວຽກງານຍົກສູງຄຸນນະພາບການກໍ່ສ້າງ ຮອບດ້ານເທື່ອລະຂັ້ນ, ໂດຍສະເພາະສຳລັບນັກຮຽນລາວ, ກໍ່ສ້າງສະພາບແວດລ້ອມ ຂອງການຮຽນທີ່ຂັນແຂງ ແລະ ດີ ສຳລັບນັກສຶກສາລາວ ດ້ວຍວິທີການຕ່າງໆ ຢ່າງພ້ອມພຽງກັນ, ສູ້ຊົນໃຫ້ກາຍເປັນສູນການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບ ແລະ ເຊື່ອຖືໄດ້ທັງໃນປະເທດ ແລະ ພາກພື້ນ.


     Photo

     (4x6)

ມະຫາ​ວິ​ທະ​ຍາ​ໄລ​ຮ່າ​ຕິ໋

ຫ້ອງການຄົ້ນຄວ້າວິ​ໄຈ​ວິທະຍາສາດ

ແລະການຮ່ວມມືສາກົນ

ເລກ​ທີ່: 447 ຖະ​ໜົນ 26/3 ເຟືອງ​ດາຍ​ນ່າຍ​ເມືອງຮ່າ​​ຕິ໋

ແຂວງຮ່າ​ຕິ໋ຫວຽດ​ນາມ

ເບີໂທ​: (0084)393 886 214

ໃບສະມັກເຂົ້າຮຽນທີ່ມະຫາວິທະຍາໄລຮ່າຕິ່ງ

**ສ່ວນຂອງຜູ້ສະໝັກ

1. ຫຼັກສູດຮຽນພາສາຫວຽດນາມ(ໝາຍຕິກເອົາຫຼັກສູດທີ່ທ່ານເລືອກ)

1.1ພາສາຫວຽດນາມ

ຫຼັກສູດ ເວລາ
‚   ພາສາຫວຽດນາມເພື່່່່່່່່່່່່່ອການສືກສາຕໍ່ 09 ເດືອນ
‚   ພາສາຫວຽດນາມເພື່່ອການສື່ສານທົ່ວໄປ 06ເດືອນ
‚   ພາສາຫວຽດນາມຫຼັກສູດໄລຍະສັ້ນ 03ເດືອນ

1.2ວິຊາຊີບ (ລະບຸສາຂາວິຊາທີ່ທ່ານເລືອກ):......................................................................

...................................................................................................................................

...................................................................................................................................

2.ເລີ່ມຕົ້ນການສືກສາ:

ປີການສືກສາ: ……………………………      ‚ພາກຕົ້ນ1‚ພາກປາຍ2‚ພາກພັກແລ້ງ

3. ຂໍ້ມູນສ່ວນຕົວ

ຊື່ ນາມສະກຸນ ຊື່ກາງ
……………………………………. …………………………………… ………………………………………

ເພດ: ‚  ຊາຍ  ƒ  ຍິງ             ສະຖານະການສົມຮົດ:   ƒ  ໂສດ   ƒສົມຣົດ

ວັນເກີດ(ວັນ/ເດືອນ/ປີ):…………/…………/…………

ປະເທດ:……………………………………. ສັນຊາດ: .................................................................

ທີ່ຢູ່ປັດຈຸບັນ: ..............................................................................................................

................................................................................................................................

................................................................................................................................

ອີເມວ:....................................................................................................................

ເບີໂທລະສັບ: ..……………………………………………… ແຟັກ: …………………………………………….

ຄົນທີ່ສາມາດຕິດຕໍ່ໄດ້: ............................................................................................

................................................................................................................................

................................................................................................................................

ອີເມວ:....................................................................................................................

ເບີໂທລະສັບ: ………………………………………………… ແຟັກ: ……………………………………………

    4. ປະຫວັດການສືກສາ(ກະລຸລະບຸສະຖາບັນການສືກສາແລະຫຼັກສູດການສືກສາ)

ລະດັບ

ສະຖາບັນການສືກສາ

ຄະແນນສະເລ່ຍ ປີຈົບການສືກສາ

5.  ຄວາມສົນໃຈແລະຈຸດປະສົງທີ່ເລືອກສະໝັກເຂົ້າຮຽນທີ່ມະຫາວິທະຍາໄລຮ່າຕິ່ງ

(ກະລຸນາລະບຸຄວາມສົນໃຈແລະຈຸດປະສົງໃນການເລືອກສະໝັກເຂົ້າຮຽນ)

................................................................................................................................

................................................................................................................................

................................................................................................................................

................................................................................................................................

................................................................................................................................

................................................................................................................................

  1. ຄວາມຮູ້ຄວາມສາມາດດ້ານພາສາຫວຽດນາມ
ເວົ້າ ƒ  ອ່ອນ ƒ  ພໍໃຊ້ ƒ  ດີ ƒ   ດີຫຼາຍ
ຟັງ ƒ  ອ່ອນ ƒ  ພໍໃຊ້ ƒດີ ƒ   ດີຫຼາຍ
ອ່ານ ƒ  ອ່ອນ ƒ  ພໍໃຊ້ ƒ  ດີ ƒ   ດີຫຼາຍ
ຂຽນ ƒ  ອ່ອນ ƒ  ພໍໃຊ້ ƒ  ດີ ƒ   ດີຫຼາຍ

  1. ເອກະສານທີ່ຕ້ອງການ

ເອກະສານ ຈຳນວນ
‚   ໃບສະມັກພ້ອມຕິດຮູບຖ່າຍ 02 ໃບ
‚  ສຳເນົາກ໊ອບປີ້ຜົນການຮຽນລະດັບມັດທະຍົມ ມໍ ປາຍ 02 ໃບ
‚   ສຳເນົາໜັງສືເດີນທາງ 02 ໃບ
‚   ໜັງສືແນະນຳຂອງສຳນັກງານຫ້ອງການທີ່ເປັນຕົວແທນ 02 ໃບ
‚   ໃບຮັບຮອງຈົບການສືກສາລະດັບ ມໍ ປາຍ 02 ໃບ
‚ ຫຼັກຖານການສອບເສັງພາສາຫວຽດນາມຫຼືພາສາອັງກິດ(ຖ້າມີ) 02 ໃບ
‚   ໃບກວດສຸຂະພາບ 02 ໃບ
**ໝາຍເຫດ: ເອກະສານທີ່ໃຊ້ເປັນສຳເນົາກ໊ອບປີ້ຕ້ອງມີກາຈ້ຳຢັ້ງຢືນ.

 8.ຄຳສັນຍາ

8.1ຄຳສັນຍາຂອງນັກຮຽນ/ນັກສືກສາ

ຂ້າພະເຈ້າ: ………………………………………………  ຂໍຮັບຮອງວ່າຂໍ້ມູນຂ້າງເທິງເປັນຄວາມຈີງທຸກປະການແລະເອກະສານທີ່ປະກອບເປັນຄວາມຈີງທຸກປະການ ຫາກເປັນຂໍ້ມູນປອມ ຂ້າພະເຈົ້າຈະເສຍສິດໃນການເຂົ້າສືກສາທີ່ມະຫາວິທະຍາໄລຮ່າຕິ່ງແລະຂ້າພະເຈົ້າຍິນດີທີ່ຈະເຮັດຕາມລະບຽບຂອງມະຫາວິທະຍາໄລທຸກຢ່າງ

ຜູ້ສະໝັກ(ເຊັນແລະລະບຸຊື່): ………………………………

                                          (……………………………….)

ວັນ…..ເດືອນ…..ປີ20….

8.2 ສັນຍາຂອງຜູ້ປົກຄອງ

         ຂ້າພະເຈົ້າເປັນຜູ້ປົກຄອງຂອງ:

ຂໍສັນຍາວ່າ:

 - ຕົກລົງໃຫ້: ………………………………………  ໃຫ້ມາຮຽນທີ່ມະຫາວິທະຍາໄລຮ່າຕິ່ງ ຖ້າໄດ້ຮັບສະໝັກເຂົ້າ

- ໃນເວລາການສືກສາ ຫາກມີການເຮັດຜິດກົດລະບຽບຂອງມະຫາໄລຮ່າຕິ່ງ ຜູ້ກ່ຽວຈະຫມົດສິດໃນການສືກສາຕໍ່ທີ່ມະຫາວິທະຍາໄລຮ່າຕິ່ງ.

ຜູ້ປົກຄອງ(ເຊັນແລະລະບຸຊື່): ……………………………..

                                            (……………………………….)

ວັນ…..ເດືອນ…..ປີ20….

** ສ່ວນຂອງຫ້ອງການຟັດທະນາການສຶກສາ

ຫນັງສ໊ທາງການຫມາຍເລກ: ……………. ຫ້ອງການ: ……………………………….

ວັນລັບສະມັກສຳເນົາ: ……….………………………………………………………...

ຄວາມຄິດເຫັນຂອງຫ້ອງການພັດທະນາການສຶກສາ:

ƒ  ່ລັບ             ƒ  ລັບ                ƒໂຈະໄວ້

ວັນທີຕອບລັບສະມັກ: ……………………………

ເວລາເຂົ້າສືກສາ:  

          ປີການສືກສາ:………… ‚ພາກຕົ້ນ1;    ‚ພາກປາຍ2;    ‚ພາກພັກແລ້ງ

                                                                              ຫ້ອງການຟັດທະນາການສຶກສາ                                                                                                       

                                                                         (ເຊັນແລະລະບຸຊື່)                     

        

Các tin khác